ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ວປກ ສາເລັດການກໍ່ສ້າງ-ບຳລຸງນັກສຶກສາລະບົບຕ່າງໆ ໃຫ້ແກ່ກອງທັບ 256 ສະຫາຍ


    ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ຈັດພິທີ ປິດສົກຮຽນ 2022-2023 ວັນທີ 16 ມິຖຸນາ 2023 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະ ອຳນວຍການ, ຕາງໜ້າກົມໃຫຍ່, ຫ້ອງວ່າການກະຊວງ, ກົມນ້ອຍ, ນັກສຶກສາ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ຈັດຕະວາ ສົງກາ ບຸນຄຸນ ຫົວໜ້າ ກົມອົບຮົມ-ກໍ່ສ້າງ ວິທະຍາຄານ ປ້ອງກັນຊາດ ໄກສອນ ພົມວິຫານໄດ້ຍົກໃຫ້ເຫັນວ່າ: ໃນສົກຮຽນ 2022-2023 ນີ້, ວິທະຍາຄານ ປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ສໍາເລັດການກໍ່ສ້າງ-ບໍາລຸງນັກສຶກສາ ລະບົບຕ່າງໆຮັບໃຊ້ແກ່ກອງທັບ ຈໍານວນ 256 ສະຫາຍ, ຍິງ 5 ສະຫາຍ ໃນນັ້ນນັກສຶກສາກໍ່ສ້າງເລັ່ງລັດຍຸດ ທະບັ້ນຮົບ-ຍຸດທະສາດ ຊຸດທີ XIX 10 ສະຫາຍ, ກໍ່ສ້າງປະລີນຍາໂທການທະຫານ ລະບົບ 2 ປີ 10 ສະຫາຍ, ກໍ່ສ້າງປະລິຍາໂທ ການເມືອງ ລະບົບ 2 ປີ 8 ສະຫາຍ, ປະລິຍາຕີການທະຫານລະບົບ 3 ປີ 25 ສະຫາຍ, ປະລິນຍາຕີການເມືອງລະບົບ 3 ປີ 25 ສະຫາຍ, ກໍ່ສ້າງເລັ່ງລັດການທະຫານ ຂັ້ນກອງພັນໃຫຍ່ ລະບົບ 1 ປີ ມີ 20 ສະຫາຍ, ກໍ່ສ້າງເລັ່ງລັດການທະຫານ ຂັ້ນກອງພັນ ລະບົບ 1 ປີ ມີ 22 ສະຫາຍ, ກໍ່ສ້າງຄູເລັ່ງລັດ ການທະຫານ ກອງພັນໃຫຍ່, ກອງພົນ ລະບົບ 1 ປີ ມີ 30 ສະຫາຍ, ກໍ່ສ້າງຊັ້ນສູງພາສາຫວຽດນາມ ລະບົບ 3 ປີ 25 ສະຫາຍ, ກໍ່ສ້າງຊັ້ນສູງພາສາລັດເຊຍລະບົບ 3 ປີ 19 ສະຫາຍ, ກໍ່ສ້າງຊັ້ນສູງພາ ສາຈີນລະບົບ 4 ປີ ມີ 20 ສະຫາຍ ແລະ ກໍ່ສ້າງເລັ່ງລັດພາສາອັງກິດລະບົບ 1 ປີ ມີ 20 ສະຫາຍ. ຜ່ານມາ ນັກສຶກສາໄດ້ສຶກສາຮໍ່າຮຽນຢູ່ ວິທະຍາຄານ ປ້ອງ ກັນຊາດປ້ອງກັນ ໄກສອນ ພົມວິຫານ ແຫ່ງນີ້ ແຕ່ລະສະຫາຍແມ່ນໄດ້ຕັ້ງຫນ້າຄົ້ນຄວ້າຮໍ່າຮຽນຕາມຫຼັກສູດການຮຽນ-ການສອນດ້ວຍຄວາມຮັບຜິດຊອບສູງ, ເປັນເຈົ້າການປະຕິບັດໂມງຂຶ້ນຫ້ອງ-ລົງຫ້ອງ, ປະຕິບັດ ຂໍ້ກຳນົດ, ກົດລະບຽບຂອງກອງທັບ ໂດຍສະເພາະ ຂອງວິທະຍາຄານວາງອອກຢ່າງເຂັ້ມງວດ ລວມເຖິງ ຄູ-ອາຈານ ກໍໄດ້ຕັ້ງໜ້າຄົ້ນຄວ້າ ສິດສອນຖ່າຍທອດຄວາມຮູ້ບັນດາບົດຮຽນພຶດຕິກໍາຕົວຈິງ, ເປັນແບບຢ່າງທີ່ດີໃຫ້ແກ່ນັກຮຽນຈຶ່ງ ເຮັດໃຫ້ສົກຮຽນ 2022- 2023 ນີ້ ໄດ້ຮັບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້ ແລະ ສາມາດ ຕີລາຄາຜົນໄດຮັບໃນການຄົ້ນຄວ້າຮໍ່າຮຽນຂອງນັກສຶກສາທຸກລະບົບຕະຫລອດຊຸດຮຽນ ບັນລຸໄດ້ ຕາມເປົ້າໝາຍນັກສຶກສາລະບົບບໍາລຸງ-ກໍ່ສ້າງນາຍທະຫານບັນຊາ-ນຳພາສອບເສັງຈົບຊັ້ນ ຄະແນນເກດ A ມີ 4 ສະຫາຍ, ເກດ B+ ມີ 165 ສະຫາຍ, ເກດ B ມີ 2 ສະຫາຍ, ປ້ອງກັນວິທະຍານິພົນປະລິຍາໂທການທະຫານ-ການເມືອງ ຄະແນນເກດ A ມີ 2 ສະຫາຍ, ເກດ B+ມີ 16 ສະຫາຍ, ປະລິນຍາຕີ ການເມືອງ-ການທະຫານ ຄະແນນສະເລ່ຍ A ມີ 2 ສະຫາຍ, ເກດ B+ ມີ 48 ສະຫາຍ, ສຳລັບນັກສຶກສາພາສາຕ່າງປະເທດຕະຫຼອດໄລຍະການຮຽນຜ່ານ ມາຄະແນນສະເລ່ຍ A ມີ 2 ສະຫາຍ, ເກດ B+ ມີ 13 ສະຫາຍ, ເກດ B ມີ 64 ສະຫາຍ ແລະ ເກດ C+ ມີ 4 ສະຫາຍ. ຈາກນັ້ນ ສະຫາຍ ພົນຈັດຕະວາ ປອ ແກ້ວສຸວັນ ອິນທະວົງສາ ຫົວໜ້າການທະຫານ ວປກ ກໍໄດ້ຂື້ນມອບໃບປະກາສະນີຍະບັດໃຫ້ນັກສຶກສາທີ່ສໍາເລັດການສຶກສາຄັ້ງນີ້ ອີກດ້ວຍ. ໂອກາດນີ້, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກໍໄດ້ໃຫ້ກຽດໂອ້ລົມນັກສຶກສາຈົບໃໝ່ ພ້ອມທັງ ໄດ້ເນັ້ນໃຫ້ນັກສຶກສາ ແຕ່ລະສະຫາຍທີ່ສໍາເລັດການສຶກສາຄັ້ງນີ້ຈົ່ງ ສືບຕໍ່ເຊື່ອມຊຶມແນວທາງນະໂຍບາຍຂອງພັກ ໂດຍສະເພາະແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ແນວທາງເສດຖະກິດ-ສັງຄົມຂອງພັກ, ເພີ່ມທະ ວີການສຶກສາອົບຮົມການເມືອງແນວຄິດໃຫ້ທົ່ວເຖິງທຸກເປົ້າໝາຍ, ມີຄວາມອຸ່ນອຽນທຸ່ນທ່ຽງເຊື່ອໝັ້ນຕໍ່ການນໍາພາຂອງພັກ, ຍົກສູງຄວາມຮັບຜິດ ຊອບຕໍ່ໜ້າ ທີ່ການເມືອງທີ່ໄດ້ ຮັບມອບໝາຍ, ເອົາໃຈໃສ່ປັບປຸງແບບແຜນວິທີນໍາພາ-ວິທີເຮັດວຽກໃຫ້ສອດຄ່ອງ, ພ້ອມກັນເຕົ້າໂຮມຄວາມສາມັກຄີເປັນ ປຶກແຜ່ນແໜ້ນ ໜາ, ສືບຕໍ່ເຝິກຝົນຫຼໍຫຼອມຕົນເອງໃນທຸກ ດ້ານໃຫ້ມີຄຸນທາດການເມືອງໜັກແໜ້ນ ແລະ ເຮັດສໍາເລັດໜ້າທີ່ການເມືອງຕາມການມອບໝາຍ ແລະ ຍັງໄດ້ກ່າວ ຕື່ມອີກວ່າ ຜົນສໍາເລັດໃນຄັ້ງນີ້ເປັນພຽງເບື້ອງຕົ້ນເທົ່ານັ້ນ ບັນຫາສໍາຄັນເມື່ອບັນດາສະຫາຍກັບຄືນກົມກອງແລ້ວຈົ່ງນໍາເອົາບົດຮຽນ ທີ່ໄດ້ຮຽນມາໄປຄົ້ນຄວ້າ, ສັງ ລວມ, ຄັດຈ້ອນໝູນໃຊ້ເຂົ້າໃນ ວຽກງານຕົວຈິງຢູ່ກົມກອງຂອງ ຕົນໃຫ້ໄດ້ຮັບໝາກຜົນສູງ.


ແຫຼ່ງທີ່ມາ:ບົວ​ລາ ສໍ​ລາ​ວັນ

ວັນທີ 19/06/2023